ໜ້າຫຼັກ / ການເຄື່ອນໄຫວ / ຮອງລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບ ຄະນະຜູ້ແທນສະມາຄົມນັກຂ່າວຫວຽດນາມ

ຮອງລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບ ຄະນະຜູ້ແທນສະມາຄົມນັກຂ່າວຫວຽດນາມ

11 Sep 2024 | ທະນູທອງ |

     ຂປລ. ໃນວັນທີ 11 ກັນຍາ 2024 ນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບຄະນະຜູ້ແທນສະມາຄົມນັກຂ່າວ ແຫ່ງ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນດຶກ ເລີ້ຍ ຮອງປະທານສະມາຄົມນັກຂ່າວ ແຫ່ງ ສສ ຫວຽດນາມ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 9-13 ກັນຍາ 2024 ນີ້.
    ທ່ານ ວັນສີ ກົວມົວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ຫງວຽນ ດຶກ ເລີ້ຍ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ໃນຫລາຍຂົງເຂດວຽກງານ ໂດຍສະເພາະ ການພົວພັນຮ່ວມມື ລະຫວ່າງ ສອງສະມາຄົມ ນັກຂ່າວຂອງທັງສອງປະເທດ ລາວ-ຫວຽດ ນາມ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ແລກປ່ຽນບົດຮຽນ, ແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຕະຫລອດໄປ. ທັງເປັນການຮັດແແໜ້ນ, ເສີມຂະ ຫຍາຍສາຍພົວພັນມິດຕະພາບ, ຄວາມສະມັກຄີແບບພິເສດ ແລະ ການຮ່ວມມືຮອບດ້າານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ແຕກດອກອອກຜົນ ຂຶ້ນໄປຢ່າງບໍ່ຢຸດຢັ້ງ ໃນອະນາຄົດ ແລະ ຍາວນານ.
     ທ່ານ ຫງວຽນດຶກ ເລີ້ຍ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ວັນສີ ກົວມົວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງລາຍງານ ແຜນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ໃຫ້ທ່ານລັດຖະມົນຕີຮັບຊາບ ໂດຍສະເພາະ ການລົງເຄື່ອນໄຫວພົບປະສອງຝ່າຍ ກັບສື່ຫລັກຂອງ ສປປ ລາວ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ. ພ້ອມທັງ ສະ ແດງຄວາມຊົມເຊີຍ ທີ່ເຫັນວ່າ ການພົວພັນຮ່ວມມືຮອບດ້ານ ໂດຍສະເພາະ ວຽກງານດ້ານສື່ມວນຊົນ ຂອງສອງປະເທດ ຫວຽດນາມ-ລາວ ໄດ້ຮັບການພັດທະນາ ແລະ ມີການແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ດ້ວຍດີຕະຫລອດມາ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ວຽກງານສື່ມວນຊົນ ຂອງສອງປະເທດ ມີການຫັນປ່ຽນທີ່ຕັ້ງໜ້າ ແລະ ແໜ້ນແຟ້ນ ຂຶ້ນໄປເລື້ອຍໆ.

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງ ຖວທ ປະກາດພະນັກງານ ຮັບ ນະໂຍບາຍອຸດໜູນບຳນານ ແລະ ປັບປຸງການຈັດຕັ້ງ

  • 04 Oct 2024
  • ຂ່າວ: ທະນູທອງ

  ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈັດຝືກອົບຮົມ ທັກສະການເປັນຜູ້ນໍາ ແລະ ການເວົ້າເທິງເວທີ ໃຫ້ແມ່ຍິງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ

  • 29 Aug 2024
  • ຫ້ອງການກະຊວງ

ໃນວັນທີ 29 ສິງຫາ 2024 ກະຊວງຖະແຫຼງຂ່າວ,...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ເຜີຍແຜ່ຂໍ້ຕົກລົງນາຍົກລັດຖະມົນຕີ ວ່າດ້ວຍການສໍາລະສະສາງລົດຂອງລັດ

  • 21 Aug 2024
  • ຂ່າວ: ກິດຕາ

    ຂປລ. ກະຊວງຖະແຫລງຂ່າວ,...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ແມ່ຍິງ​ ​ຖວທ​ ຈັດກອງປະຊຸມທາບທາມບຸກຄະລາກອນຮອບທີ 2

  • 21 Aug 2024
  • ຂ່າວ: ກິດຕາ

   ຄະນະບໍລິຫານງານສະຫະພັນແມ່ຍິງ...

ອ່ານເພີ່ມ