ໜ້າຫຼັກ / ການເຄື່ອນໄຫວ / ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງ ວທ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ກຣາຕາ ເອັນດາ ເວີຣດານິງຕຣຽສ໌ (Grata Endah Werdaningtyas) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈໍາ ສປປ ລາວ ໃນໂອກາດໝົດວາລະ ປະຈຳການ ຢູ່ທີ່ ສປປ ລາວ.

ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງ ວທ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ກຣາຕາ ເອັນດາ ເວີຣດານິງຕຣຽສ໌ (Grata Endah Werdaningtyas) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈໍາ ສປປ ລາວ ໃນໂອກາດໝົດວາລະ ປະຈຳການ ຢູ່ທີ່ ສປປ ລາວ.

26 Mar 2026 | ຫ້ອງການກະຊວງ |

   ທ່ານ ລັດຖະມົນຕີ ໄດ້ສະແດງຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດ ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫລອດໄລຍະຜ່ານມາ ຊຶ່ງທ່ານເອກອັກຄະລັດຖະທູດ ໄດ້ປະກອບສ່ວນຢ່າງຫ້າວຫັນເຂົ້າໃນວຽກງານສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ເວົ້າລວມ, ເວົ້າສະເພາະ ທ່ານຍັງເປັນຂົວຕໍ່ເພີ່ມທະວີຮັດແໜ້ນການຮ່ວມມື ໃນຂະແໜງການວັດທະນະທຳ ແລະ ການທ່ອງທ່ຽວຂອງພວກເຮົາ ໂດຍສະເພາະ ໄລຍະ ທີ່ ສປປ ລາວ ຮັບໜ້າທີ່ເປັນປະເທດອາຊຽນ ໃນປີ 2024 ທີ່ຜ່ານມາ.
   ພິເສດໃນປີ 2027 ຈະມາເຖິງນີ້ ກໍຈະໝູນວຽນອີກວາລະໜຶ່ງ ໃນການສະເຫຼີມສະຫຼອງ 70 ປີ ແຫ່ງການສ້າງສາຍພົວພັນການທູດ ລາວ-ອິນໂດເນເຊຍ ກໍ່ມີຫຼາຍກິດຈະກຳທີ່ຈັດຕັ້ງປະຕິບັດຮ່ວມກັນເຊັ່ນ: ການເປີດບໍລິການສາຍການບິນໂດຍກົງ ວຽງຈັນ-ອິນໂດເນເຊຍ; ເທດສະການ ປຸງແຕ່ງອາຫານ, ຝຶກອົບຮົມພາສາອິນໂດເນເຊຍ ໃຫ້ແກ່ຂະແໜງການທ່ອງທ່ຽວ ລວມທັງຈັດກິດຈະກຳແລກປ່ຽນ ໃຫ້ແກ່ພາກລັດ,​ ຜູ້ປະກອບການທຸລະກິດ, ສື່ມວນຊົນ ແລະ ຜູ້ມີສື່ສຽງໃນສັງຄົມອອນລາຍ ໄປທັດສະນະຢ້ຽມຊົມແຫຼ່ງທ່ອງທ່ຽວ ເຊິ່ງກັນ ແລະ ກັນ.
   ໂອກາດດຽວກັນ, ທ່ານ ນາງ ກຣາຕາ ເອັນດາ ເວີຣດານິງຕຣຽສ໌ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານຮອງປະທານປະເທດ ແລະ ສະແດງຄວາມຂອບໃຈມາຍັງລັດຖະບານ ສປປ ລາວ ກໍຄື ພາກສ່ວນກ່ຽວຂ້ອງຂອງລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມືຕະຫລອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດ ຢ່າງຈົບງາມ.

ຂ່າວຫຼ້າສຸດ

ວຽກງານເສນາ

ກອງປະຊຸມສະຫຼຸບວຽກງານວັດທະນາທໍາ ແລະ ການທ່ອງທ່ຽວທົ່ວປະເທດ ປະຈໍາປີ 2025 ແລະ ແຜນການປີ 2026

  • 06 Apr 2026
  • ຫ້ອງການກະຊວງ

ກອງປະຊຸມສະຫຼຸບວຽກງານວັດທະນາທໍາ...

ອ່ານເພີ່ມ

ວຽກງານເສນາ

ທ່ານ ນາງ ສວນສະຫວັນ ວິຍະເກດ​, ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ພ້ອມດ້ວຍຄະນະໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂຢເກສ໌ວາ ຊັງວານ (Yogeshwar Sangwan) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ອິນເດຍ ປະຈຳ ສປປ ລາວ.

  • 26 Mar 2026
  • ຫ້ອງການກະຊວງ

    ໃນວັນທີ 26 ກຸມພາ 2026 ທ່ານ ນາງ...

ອ່ານເພີ່ມ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດພິທີການປະກາດການຍົກຍ້າຍພະນັກງານການນຳຂັ້ນສູງ ໄປຮັບໜ້າທີ່ໃໝ່

  • 25 Mar 2026
  • ຫ້ອງການກະຊວງ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ...

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ລາວ ຄົນໃໝ່

  • 05 Feb 2026
  • ຫ້ອງການກະຊວງ

  ໃນວັນທີ 5 ກຸມພາ 2026 ທີ່ ກະຊວງ...

ອ່ານເພີ່ມ