ໜ້າຫຼັກ / ການເຄື່ອນໄຫວ / ກະຊວງ ວທ ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳໃຕ້ກົດໝາຍ ປີ 2021-2025 ແລະ ທິດທາງແຜນການ ປີ 2026-2030

ກະຊວງ ວທ ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳໃຕ້ກົດໝາຍ ປີ 2021-2025 ແລະ ທິດທາງແຜນການ ປີ 2026-2030

06 May 2026 | ຫ້ອງການກະຊວງ |

    ໃນລະຫວ່າງວັນທີ 6-7 ພຶດສະພາ 2026 ນີ້, ທີ່ນະຄອນຫຼວງວຽງຈັນ , ຫ້ອງການກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໃນນາມກອງເລຂາວຽກງານນິຕິກຳ ໄດ້ຈັດ “ກອງປະຊຸມປະເມີນ ການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳໃຕ້ກົດໝາຍ ປີ 2021-2025 ແລະ ທິດທາງແຜນການ ປີ 2026-2030” ຂຶ້ນຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ກິ່ງໄຊ ຈຸນລະມຸນຕຣີ ຮອງຫົວໜ້າຫ້ອງການ, ໂດຍມີບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ຮອງຫົວໜ້າພະແນກ ວທ ນະຄອນຫຼວງວຽງຈັນ, ຫົວໜ້າ/ຮອງພະແນກຂອງກົມ, ຫົວໜ້າ/ຮອງຂະແໜງ ພະແນກ ວທ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ 40 ກວ່າ ທ່ານ.
     ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ກິ່ງໄຊ ຈຸນລະມຸນຕຣີ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານນິຕິກຳ ຊຶ່ງເປັນເຄື່ອງມືທີ່ຈຳເປັນໃນການຄຸ້ມຄອງພາກສ່ວນຕ່າງໆ ທັງພາກລັດ ແລະ ທຸລະກິດ ນັບແຕ່ພະນັກງານລັດ, ຫົວໜ່ວຍທຸລະກິດ ຕະຫຼອດຮອດນັກທ່ອງທ່ຽວ ໃຫ້ປະຕິບັດຖືກຕ້ອງຕາມລະບຽບ ແລະ ມາດຕະຖານທີ່ວາງໄວ້. ພ້ອມນັ້ນ, ທ່ານຍັງໄດ້ຍົກເອົາທິດຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ທີ່ໄດ້ໂອ້ລົມຕໍ່ຂະແໜງການ ວທ ທົ່ວປະເທດ ໃນວັນທີ 7 ເມສາ 2026 ຜ່ານມາ ແລະ ທ່ານ ລັດຖະມົນຕີ ໄດ້ມີຄໍາເຫັນ ແລະ ໃຫ້ຄວາມສໍາຄັນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິຜົນສູງຂຶ້ນ.

     ກອງປະຊຸມວິຊາການຄັ້ງທໍາອິດນີ້ ແມ່ນໄດ້ເປີດໂອກາດໃຫ້ຜູ້ຄຸ້ມຄອງມະຫາພາກ, ຕົວແທນຜູ້ຈັດຕັ້ງປະຕິບັດ, ພະນັກງານລັດ ແລະ ບັນດາກົມປິ່ນອ້ອມ ໄດ້ມາແລກປ່ຽນຂໍ້ມູນ, ຖອດຖອນບົດຮຽນ ແລະ ປຶກສາຫາລືຮ່ວມກັນຢ່າງກົງໄປກົງມາ. ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີຈາກບັນດາກົມທີ່ສ້າງນິຕິກຳໃນການຈັດຕັ້ງປະຕິບັດນິຕິກໍາ ແລະ ນິຕິກາໍໃຕ້ກົດໝາຍ ແລະ ແຜນການຕໍ່ໜ້າ, ຮັບຟັງການປະກອບຄຳເຫັນຈາກກົມກວດກາ ແລະ ພະແນກ ວທ ນະຄອນຫຼວງວຽງຈັນ ໃນຖານະຕົວແທນໃຫ້ແກ່ບັນດາແຂວງໃນທົ່ວປະເທດ ກ່ຽວກັບຂໍ້ສະດວກ,ຂໍ້ຫຍຸ້ງຍາກ, ສິ່ງໃນການຈັດຕັ້ງປະຕິບັດນິຕິກຳໃນຕົວຈິງ.
       ໃນຕອນທ້າຍ, ທ່ານປະທານ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກພາກສ່ວນ ຈົ່ງພ້ອມກັນສຸມສະຕິປັນຍາປະກອບຄຳຄິດຄຳເຫັນ, ຖອດຖອນບົດຮຽນ ເພື່ອເຮັດໃຫ້ການສ້າງ ແລະ ປັບປຸງນິຕິກຳຂອງຂະແໜງການ ວທ ມີຄວາມສົມບູນ, ຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງເໝາະສົມກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນປັດຈຸບັນ.

 

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຈັດພິທີປະກາດການຈັດຕັ້ງພະນັກງານການນຳຂັ້ນສູງ ແລະ ພະນັກງານນຳພາ-ຄຸ້ມຄອງ

  • 16 Jul 2026
  • ຫ້ອງການກະຊວງ

     ວັນທີ 16 ກໍລະກົດ 2026...

ອ່ານເພີ່ມ

ວຽກງານເສນາ

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ຕ້ອນຮັບ ທ່ານ ຈອງ ຢອງ ຊູ (JUNG YUNG SOO) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈໍາ ສປປ ລາວ

  • 30 Jun 2026
  • ຫ້ອງການກະຊວງ

    ໃນວັນທີ 29 ມິຖຸນາ 2026 ທ່ານ...

ອ່ານເພີ່ມ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຈັດຊຸດຝຶກອົບຮົມການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ໃຫ້ແກ່ 5 ແຂວງພາກກາງ ແລະ ພາກໃຕ້ ທີ່ແຂວງຄຳມ່ວນ

  • 03 Jun 2026
  • ຫ້ອງການກະຊວງ

   ວັນທີ 3 ມິຖຸນາ 2026...

ອ່ານເພີ່ມ

ວຽກງານເສນາ

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມຄະນະ ລົງເຄື່ອນໄຫວວຽກງານ ທີ່ ແຂວງຈຳປາສັກ ໃນລະຫວ່າງວັນທີ 01- 04 ມິຖຸນາ 2026.

  • 03 Jun 2026
  • ຫ້ອງການກະຊວງ

   ໃນລະຫວ່າງວັນທີ 02-03 ມິຖຸນາ 2026...

ອ່ານເພີ່ມ