ໜ້າຫຼັກ / ການເຄື່ອນໄຫວ / ກະຊວງ ຖວທ ເຜີຍແຜ່ຫລາຍເອກະສານສຳຄັນຂອງພັກ-ຂອງຊາດ

ກະຊວງ ຖວທ ເຜີຍແຜ່ຫລາຍເອກະສານສຳຄັນຂອງພັກ-ຂອງຊາດ

12 Jul 2024 | ຂ່າວ: ສົມຫວັງ |

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ), ຈັດກອງປະຊຸມເຜີຍແຜ່ ມະຕິກອງປະຊຸມຄົບຄະນະຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກສະໄໝ XI ແລະ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ມະຕິການແບ່ງຄວາມຮັບ ຜິດຊອບໃນການຈັດຕັ້ງປະຕິບັດ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ໃນວັນທີ 12 ກໍລະກົດ 2024 ໂດຍການເຜີຍແຜ່ຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະມະທໍາ ແລະ ທ່ອງທ່ຽວ, ມີຄະນະພັກກະຊວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ທົ່ວອົງຄະນະພັກກະຊວງ ຖວທ ເຂົ້າຮ່ວມ ຮັບຟັງ.

ໂອກາດນີ້, ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ເຜີຍແຜ່ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸງຍາກ ດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຊິ່ງກອງປະຊຸມ ໄດ້ຕີລາຄາ ແລະ ຍົກໃຫ້ເຫັນແຈ້ງສິ່ງທ້າທາຍ, ກາລະໂອກາດ ແລະ ການແກ້ໄຂບັນຫາຮີບດ່ວນ ເປັນຕົ້ນ ການແກ້ໄຂຄວາມເຄັ່ງຮ້ອນ ດ້ານເສດຖະກິດ-ການເງິນ, ແກ້ໄຂອັດຕາເງິນເຟີ, ອັດຕາແລກປ່ຽນ, ແກ້ໄຂໜີ້ສິນ ແລະ ສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ ໃຫ້ແກ່ການລົງທຶນ ແລະ ການດຳເນີນທຸລະກິດ, ລວມເຖິງ ການແກ້ໄຂທຸກການທ່ວງດຶງ, ຂອດຂັ້ນ, ລະບຽບການ, ກົດໝາຍ ທີ່ຍັງເປັນອຸປະສັກກີດຂວາງ, ຊັກຊ້າ, ບໍ່ໂປ່ງໃສ ໃຫ້ຕົກໄປ, ການຍູ້ແຮງການຄຸ້ມຄອງການລົງທຶນ ໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ, ຍູ້ແຮງການຜະລິດ ເປັນສິນຄ້າ, ຄຸ້ມຄອງລາຄາສິນຄ້າ ແລະ ຊຸກຍູ້ການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການຜະລິດເປັນສິນຄ້າໃຫ້ຫລາຍຂຶ້ນ; ຕ້ອງກໍາແໜ້ນ ແລະ ໝູນໃຊ້ຢ່າງປະດິດສ້າງ, ສົມເຫດສົມຜົນ ໃນການຂຸດຂົ້ນ ແລະ ນໍາໃຊ້ທ່າແຮງບົ່ມຊ້ອນພາຍໃນເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານຈຸດສຸ່ມ ໃນ 6 ເດືອນທ້າຍປີ 2024.

ພ້ອມນີ້, ສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ກະຊວງ ຖວທ ກໍໄດ້ເຜີຍແຜ່ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ແລະ ມະຕິການແບ່ງຄວາມຮັບ ຜິດຊອບໃນການຈັດຕັ້ງປະຕິບັດ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ໂດຍສະຫາຍໄດ້ຍົກໃຫ້ເຫັນ ຄວາມຈຳເປັນໃນການອອກມະຕິ, ແນວຄິດຊີ້ນຳ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ການເພີ່ມທະວີແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ, ສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດ, ການບໍລິການ, ລະບົບການເງິນ-ເງິນຕາ ແລະ ການຄຸ້ມຄອງບໍລິຫານລັດ ເພື່ອເປັນພື້ນຖານໃຫ້ແກ່ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຢ່າງມີບາດກ້າວທີ່ໜັກແໜ້ນ. ພ້ອມທັງ ຍົກໃຫ້ເຫັນ ການຈັດ ຕັ້ງປະຕິບັດ.

ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ແມ່ນການຍົກສູງສະຕິຊາດ, ເສີມຂະຫຍາຍສະຕິປັນຍາ, ກຳລັງແຮງ ແລະ ຄວາມສາມາດແຂ່ງຂັນ ຂອງຄົນໃນຊາດ ເພື່ອຂຸດຄົ້ນທາແຮງບົ່ມຊ້ອນ ດ້ານຊັບພະຍາກອນມະນຸດ, ຊັບພະຍາກອນທໍາມະຊາດ, ທີ່ຕັ້ງພູມສັນຖານ, ວັດທະນະ ທຳ-ສັງຄົມ ຢ່າງມີການວາງແຜນ, ມີຍຸດທະສາດ ແລະ ຄຳນຶງເຖິງປະສິດທິພາບ, ປະສິດທິຜົນ ແລະ ຄວາມຄຸ້ມຄ່າ ຂອງການນຳໃຊ້ຄວາມສາມາດບົ່ມຊ້ອນ ຂອງຊັບພະຍາກອນ ທີ່ມີເພື່ອຕອບສະໝອງ ໃຫ້ແກ່ການປົກປັກຮັກສາປະເທດຊາດ ແລະ ການພັດທະນາທີ່ຍືນຍົງ, ສ້າງຄວາມຢູ່ດີກິນດີ ໃຫ້ປະຊາ ຊົນພາຍໃນຊາດ, ເຮັດໃຫ້ປະເທດຊາດ ມີສະຖຽນລະພາບ ທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ຢ່າງໜັກແໜ້ນ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ສະຫາຍ ວັນສີ ກົວມົວ ຍັງໃຫ້ຮູ້ອີກວ່າ: ບົນສະພາບຄວາມເປັນຈິງນັ້ນ, ພວກເຮົາ ມີຄວາມຈໍາເປັນຢ່າງພາວະວິໄສ ເພື່ອຢືນຢັນຄືນຄວາມຖືກຕ້ອງ ຂອງແນວທາງ, ແຜນນະໂຍບາຍ ທີ່ໄດ້ວາງອອກ. ພ້ອມກັນນັ້ນ, ກໍກວດກາ, ຕີລາຄາ ແລະ ປັບປຸງບາງນະໂຍບາຍ, ຍົກລະດັບຄວາມສາມາດ ດ້ານການບໍລິຫານຈັດການ, ພັດທະນາເສດຖະກິດ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເຊິ່ງຈະເປັນເງື່ອນໄຂພື້ນຖານຮັບປະກັນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ກໍຄື ການພັດ ທະນາເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມ ຢູ່ ປະເທດເຮົາ ໃຫ້ນັບມື້ນັບເປັນຮູບປະທຳຍິ່ງຂຶ້ນ.

ຂ່າວຫຼ້າສຸດ

ວຽກງານເສນາ

ກະຊວງ ຖວທ ປະກາດພະນັກງານ ຮັບ ນະໂຍບາຍອຸດໜູນບຳນານ ແລະ ປັບປຸງການຈັດຕັ້ງ

  • 04 Oct 2024
  • ຂ່າວ: ທະນູທອງ

  ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ...

ອ່ານເພີ່ມ

ວຽກງານຖະແຫຼງຂ່າວ

ຮອງລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບ ຄະນະຜູ້ແທນສະມາຄົມນັກຂ່າວຫວຽດນາມ

  • 11 Sep 2024
  • ທະນູທອງ

     ຂປລ. ໃນວັນທີ 11 ກັນຍາ 2024 ນີ້,...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈັດຝືກອົບຮົມ ທັກສະການເປັນຜູ້ນໍາ ແລະ ການເວົ້າເທິງເວທີ ໃຫ້ແມ່ຍິງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ

  • 29 Aug 2024
  • ຫ້ອງການກະຊວງ

ໃນວັນທີ 29 ສິງຫາ 2024 ກະຊວງຖະແຫຼງຂ່າວ,...

ອ່ານເພີ່ມ

ອົງການຈັດຕັ້ງມະຫາຊົນ

ແມ່ຍິງ​ ​ຖວທ​ ຈັດກອງປະຊຸມທາບທາມບຸກຄະລາກອນຮອບທີ 2

  • 21 Aug 2024
  • ຂ່າວ: ກິດຕາ

   ຄະນະບໍລິຫານງານສະຫະພັນແມ່ຍິງ...

ອ່ານເພີ່ມ